ຮູບປະກອບ Online Ambulance

ທ່ານບໍ່ໄດ້ຢູ່ຄົນດຽວ

Stop Online Harm ແມ່ນອົງກອນທີ່ບໍ່ຫວັງຜົນກຳໄລ, ທີ່ມີຄວາມຫຼາກຫຼາຍ ແລະ ສ້າງຂຶ້ນໂດຍແມ່ຍິງ ເພື່ອສະໜັບສະໜູນຜູ້ທີ່ໄດ້ຮັບຜົນກະທົບ ຈາກອັນຕະລາຍທາງອອນລາຍທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເຖິງແມ່ນວ່າເຮົາຈະມາຈາກຫຼາກຫຼາຍພື້ນທີ່, ມີເຊື້ອຊາດ, ຊົນເຜົ່າ ແລະ ພູມຫຼັງທີ່ແຕກຕ່າງກັນ, ແຕ່ພວກເຮົາມາຮ່ວມກັນ ດ້ວຍຄວາມຕັ້ງໃຈຮ່ວມກັນເພື່ອສະໜັບສະໜູນ ຜູ້ລອດຊີວິດຈາກຄວາມຮຸນແຮງ ແລະ ການໂຈມຕີທາງດິຈິຕອນ. ເພາະພວກເຮົາເອງກໍເຄີຍຜ່ານເຫດການນັ້ນມາແລ້ວເຊັ່ນດຽວກັນ. ພວກເຮົາແມ່ນຜູ້ລອດຊີວິດຈາກການໂຈມຕີທາງດິຈິຕອນ. ພວກເຮົາຍັງເປັນນັກເຕັກໂນໂລຊີ, ນັກຂ່າວ ແລະ ສິລະປິນ. ແລະ ພວກເຮົາຢູ່ຂ້າງທ່ານ.

ແຈ້ງເຫດ

ພວກເຮົາຊ່ວຍທ່ານແນວໃດ

ຂັ້ນຕອນທຳອິດ ຜູ້ລອດຊີວິດຕິດຕໍ່ຫາພວກເຮົາ ໂດຍການແຈ້ງເຫດທີ່ເກີດຂຶ້ນ. ຜູ້ຮັບຜິດຊອບໃນການຊ່ວຍເຫຼືອຂອງພວກເຮົາ ຈະປະເມີນຄວາມສ່ຽງ ແລະ ສອບຖາມລາຍລະອຽດຂອງເຫດການ ຜ່ານການໂທ ຫຼື ຂໍ້ຄວາມ, ຈາກນັ້ນ ຜູ້ຮັບຜິດຊອບຈະໃຫ້ຄຳແນະນຳ ແລະ ແນວທາງສຳລັບຂັ້ນຕອນຕໍ່ໄປ.

01

ຄວາມປອດໄພຕ້ອງມາກ່ອນ

ພວກເຮົາຈະຮັບປະກັນວ່າທ່ານຢູ່ໃນບ່ອນທີ່ປອດໄພ ແລະ ໃຫ້ການຊ່ວຍເຫຼືອທີ່ທ່ານຕ້ອງການ

02

ປະເມີນສະຖານະການໂດຍຜູ້ຊ່ຽວຊານ

ຜູ້ຊ່ຽວຊານຂອງພວກເຮົາ ຈະປະເມີນເຫດຂອງທ່ານ ແລະ ຊ່ວຍໃຫ້ທ່ານເຂົ້າໃຈທາງເລືອກຂອງທ່ານ.

03

ລົງມືດຳເນີນການ

ການຕັດສິນໃຈສຸດທ້າຍເປັນຂອງທ່ານ, ທ່ານເປັນຜູ້ຕັດສິນໃຈວ່າຈະເຮັດຫຍັງຕໍ່ໄປ, ແລະ ພວກເຮົາຈະສະໜັບສະໜູນທ່ານໃນທຸກຂັ້ນຕອນ.

ທ່ານເລືອກໄດ້, ທ່ານຕັດສິນໃຈໄດ້

ທ່ານມີສິດຈັດການ ແລະ ຕັດສິນໃຈສະເໝີ

ການຕັດສິນໃຈທີ່ຈະຈັດການກັບເຫດການທີ່ເກີດຂຶ້ນເປັນການຂອງທ່ານທັງໝົດ. ທ່ານສາມາດບອກພວກເຮົາ ວ່າທ່ານຢາກຈັດການເຫດການທີ່ເກີດຂຶ້ນແນວໃດ, ແລະ ພວກເຮົາຈະສະໜັບສະໜູນທ່ານໃນທຸກຂັ້ນຕອນ.

ບັນຫາທີ່ພວກເຮົາສາມາດຊ່ວຍໄດ້

ຂໍຄວາມຊ່ວຍເຫຼືອຕອນນີ້

ເລືອກຮູບແບບການສະໜັບສະໜູນ ທີ່ຮູ້ສຶກເໝາະສົມສຳລັບທ່ານ.

ຕ້ອງການຕິດຕາມເຫດການທີ່ທ່ານແຈ້ງ

ຕິດຕາມຄວາມຄືບໜ້າ
ຮູບປະກອບ