ຄວາມປອດໄພຕ້ອງມາກ່ອນ
ພວກເຮົາຈະຮັບປະກັນວ່າທ່ານຢູ່ໃນບ່ອນທີ່ປອດໄພ ແລະ ໃຫ້ການຊ່ວຍເຫຼືອທີ່ທ່ານຕ້ອງການ
Stop Online Harm ແມ່ນອົງກອນທີ່ບໍ່ຫວັງຜົນກຳໄລ, ທີ່ມີຄວາມຫຼາກຫຼາຍ ແລະ ສ້າງຂຶ້ນໂດຍແມ່ຍິງ ເພື່ອສະໜັບສະໜູນຜູ້ທີ່ໄດ້ຮັບຜົນກະທົບ ຈາກອັນຕະລາຍທາງອອນລາຍທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເຖິງແມ່ນວ່າເຮົາຈະມາຈາກຫຼາກຫຼາຍພື້ນທີ່, ມີເຊື້ອຊາດ, ຊົນເຜົ່າ ແລະ ພູມຫຼັງທີ່ແຕກຕ່າງກັນ, ແຕ່ພວກເຮົາມາຮ່ວມກັນ ດ້ວຍຄວາມຕັ້ງໃຈຮ່ວມກັນເພື່ອສະໜັບສະໜູນ ຜູ້ລອດຊີວິດຈາກຄວາມຮຸນແຮງ ແລະ ການໂຈມຕີທາງດິຈິຕອນ. ເພາະພວກເຮົາເອງກໍເຄີຍຜ່ານເຫດການນັ້ນມາແລ້ວເຊັ່ນດຽວກັນ. ພວກເຮົາແມ່ນຜູ້ລອດຊີວິດຈາກການໂຈມຕີທາງດິຈິຕອນ. ພວກເຮົາຍັງເປັນນັກເຕັກໂນໂລຊີ, ນັກຂ່າວ ແລະ ສິລະປິນ. ແລະ ພວກເຮົາຢູ່ຂ້າງທ່ານ.
ຂັ້ນຕອນທຳອິດ ຜູ້ລອດຊີວິດຕິດຕໍ່ຫາພວກເຮົາ ໂດຍການແຈ້ງເຫດທີ່ເກີດຂຶ້ນ. ຜູ້ຮັບຜິດຊອບໃນການຊ່ວຍເຫຼືອຂອງພວກເຮົາ ຈະປະເມີນຄວາມສ່ຽງ ແລະ ສອບຖາມລາຍລະອຽດຂອງເຫດການ ຜ່ານການໂທ ຫຼື ຂໍ້ຄວາມ, ຈາກນັ້ນ ຜູ້ຮັບຜິດຊອບຈະໃຫ້ຄຳແນະນຳ ແລະ ແນວທາງສຳລັບຂັ້ນຕອນຕໍ່ໄປ.
ພວກເຮົາຈະຮັບປະກັນວ່າທ່ານຢູ່ໃນບ່ອນທີ່ປອດໄພ ແລະ ໃຫ້ການຊ່ວຍເຫຼືອທີ່ທ່ານຕ້ອງການ
ຜູ້ຊ່ຽວຊານຂອງພວກເຮົາ ຈະປະເມີນເຫດຂອງທ່ານ ແລະ ຊ່ວຍໃຫ້ທ່ານເຂົ້າໃຈທາງເລືອກຂອງທ່ານ.
ການຕັດສິນໃຈສຸດທ້າຍເປັນຂອງທ່ານ, ທ່ານເປັນຜູ້ຕັດສິນໃຈວ່າຈະເຮັດຫຍັງຕໍ່ໄປ, ແລະ ພວກເຮົາຈະສະໜັບສະໜູນທ່ານໃນທຸກຂັ້ນຕອນ.
ເລືອກຮູບແບບການສະໜັບສະໜູນ ທີ່ຮູ້ສຶກເໝາະສົມສຳລັບທ່ານ.