ນະໂຍບາຍຄວາມປອດໄພ ແລະ ຄວາມເປັນສ່ວນຕົວ
ວິທີທີ່ພວກເຮົາເກັບກຳ, ນຳໃຊ້, ຈັດເກັບ ແລະ ປົກປ້ອງຂໍ້ມູນຂອງທ່ານ
ທ່ານບໍ່ໄດ້ຢູ່ຄົນດຽວ
ທ່ານບໍ່ໄດ້ຢູ່ຄົນດຽວ ທີ່ Stop Online Harm (SOH), ພວກເຮົາແມ່ນທີມງານທີ່ຫຼາກຫຼາຍ ປະກອບມີຜູ້ທີ່ເຄີຍປະສົບກັບຄວາມຮຸນແຮງທາງອອນລາຍ, ຜູ້ຊ່ຽວຊານດ້ານເຕັກໂນໂລຊີ, ນັກຂ່າວ ແລະ ຜູ້ເຮັດວຽກເພື່ອຊຸມຊົນ.
ສາຍດ່ວນ Online Ambulance (OA) ຂອງພວກເຮົາ ໃຫ້ການຊ່ວຍເຫຼືອດ້ານຄວາມປອດໄພໃນໂລກດິຈິຕອລ, ການຊ່ວຍເຫຼືອທາງດ້ານອາລົມ ແລະ ຄຳແນະນຳທີ່ສາມາດນຳໄປປະຕິບັດໄດ້ ເພື່ອຊ່ວຍຜູ້ທີ່ປະສົບກັບການລ່ວງລະເມີດອອນລາຍ, ການຄຸກຄາມ ແລະ ຄວາມຮຸນແຮງບົນພື້ນຖານເພດ ທີ່ເກີດຈາກ ຫຼື ໃຊ້ເຕັກໂນໂລຊີ (TFGBV).
ພວກເຮົາຍຶດຖືຫຼັກການຕໍ່ໄປນີ້ສະເໝີ:
- ພວກເຮົາເຂົ້າໃຈວ່າ ຄວາມເປັນສ່ວນຕົວແມ່ນສ່ວນໜຶ່ງຂອງຄວາມປອດໄພ
- ພວກເຮົາເກັບກຳສະເພາະຂໍ້ມູນທີ່ຈຳເປັນຕໍ່ການຊ່ວຍເຫຼືອທ່ານ,ເລື່ອງ ແລະ
- ຂໍ້ມູນທີ່ຂອງທ່ານແບ່ງປັນຈະຖືກຈັດການດ້ວຍຄວາມໃສ່ໃຈ, ຄວາມເຄົາລົບ ແລະ ຮັກສາຄວາມລັບ
ໃຜເປັນຜູ້ດຳເນີນສາຍດ່ວນນີ້
Stop Online Harm (SOH) ແມ່ນອົງກອນບໍ່ຫວັງຜົນກຳໄລ ທີ່ນຳພາໂດຍແມ່ຍິງ ແລະ ຊ່ວຍເຫຼືອຜູ້ທີ່ປະສົບກັບອັນຕະລາຍອອນລາຍ ທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ພວກເຮົາໃຫ້ການຊ່ວຍເຫຼືອຢ່າງເປັນຄວາມລັບສຳລັບ:
- ການຄຸກຄາມອອນລາຍ
- ການເຜີຍແຜ່ຮູບພາບສ່ວນຕົວ ຫຼື ຮູບພາບໃກ້ຊິດໂດຍບໍ່ໄດ້ຮັບຄວາມຍິນຍອມ
- ການປອມຕົວເປັນບຸກຄົນອື່ນ
- ການເປີດເຜີຍຂໍ້ມູນສ່ວນຕົວຂອງບຸກຄົນສູ່ສາທາລະນະ (Doxxing)
- ການຂົ່ມຂູ່ ແລະ ການລ່ວງລະເມີດທາງດິຈິຕອນ
ທີມສາຍດ່ວນ OA ຂອງພວກເຮົາປະກອບມີ ຜູ້ຕອບຮັບ ແລະ ທີ່ປຶກສາທີ່ໄດ້ຮັບການຝຶກອົບຮົມ ເຊິ່ງໃຫ້ການຊ່ວຍເຫຼືອໂດຍຄຳນຶງເຖິງຜົນກະທົບຈາກບາດແຜທາງໃຈ. SOH ຮັບຜິດຊອບຕໍ່ການປົກປ້ອງຂໍ້ມູນສ່ວນຕົວຂອງທ່ານ ແລະ ປະຕິບັດຕາມມາດຕະຖານຄວາມເປັນສ່ວນຕົວ ທີ່ກ່ຽວຂ້ອງ ເຊັ່ນ PDPA ຂອງປະເທດໄທ ແລະ GDPR ຂອງສະຫະພາບເອີຣົບ.
ຂໍ້ມູນທີ່ພວກເຮົາອາດເກັບກຳ
ພວກເຮົາປະຕິບັດຫຼັກການ ເກັບກຳຂໍ້ມູນໃຫ້ໜ້ອຍທີ່ສຸດເທົ່າທີ່ຈຳເປັນ, ໝາຍຄວາມວ່າ ພວກເຮົາຈະເກັບສະເພາະຂໍ້ມູນ ທີ່ຈຳເປັນຕໍ່ການຊ່ວຍເຫຼືອກໍລະນີຂອງທ່ານ.
3.1 ຂໍ້ມູນທີ່ທ່ານແບ່ງປັນ
ພວກເຮົາເກັບກຳຂໍ້ມູນທີ່ທ່ານເລືອກແບ່ງປັນກັບພວກເຮົາ ເຊັ່ນ:
- ຊື່ ຫຼື ຊື່ຫຼິ້ນ
- ເພດ
- ຂໍ້ມູນຕິດຕໍ່
- ພື້ນທີ່ ຫຼື ທີ່ຕັ້ງໂດຍທົ່ວໄປ
- ສະຖານະການຕາມທີ່ທ່ານອະທິບາຍ
3.2 ແພລດຟອມທີ່ໃຊ້
ພວກເຮົາບໍ່ບັນທຶກສຽງ ຫຼື ວິດີໂອຂອງການໂທ ແລະ ພວກເຮົາໃຊ້ຟີເຈີຂໍ້ຄວາມທີ່ຫາຍໄປເອງໃນ Telegram.
ຂຶ້ນກັບແພລດຟອມທີ່ທ່ານໃຊ້ເພື່ອຕິດຕໍ່ພວກເຮົາ, ຂໍ້ມູນທາງເຕັກນິກທີ່ຈຳກັດ ເຊັ່ນ ປະເພດອຸປະກອນ ອາດຖືກເກັບກຳອັດຕະໂນມັດ.
ທ່ານສາມາດເລືອກບໍ່ເປີດເຜີຍຕົວຕົນ ເມື່ອໃຊ້ລະບົບຈັດການກໍລະນີທີ່ປອດໄພຂອງພວກເຮົາ (Online Ambulance platform).
3.3 ຂໍ້ມູນສຳລັບການສົ່ງຕໍ່ ຫຼື ຍົກລະດັບກໍລະນີ
ການຊ່ວຍເຫຼືອດ້ານເຕັກນິກ: ຖ້າທ່ານຂໍຄວາມຊ່ວຍເຫຼືອເພື່ອລຶບເນື້ອຫາທີ່ເປັນອັນຕະລາຍ ອອກຈາກແພລດຟອມອອນລາຍ, ພວກເຮົາອາດຂໍໃຫ້ທ່ານແບ່ງປັນລິ້ງ (URLs) ທີ່ກ່ຽວຂ້ອງກັບເນື້ອຫານັ້ນ.
ໂດຍທົ່ວໄປ ພວກເຮົາບໍ່ຕ້ອງການຮູບໜ້າຈໍ. ແຕ່ໃນບາງກໍລະນີ ແພລດຟອມອາດຂໍຫຼັກຖານເພີ່ມເຕີມ ເຊັ່ນ ຮູບໜ້າຈໍ ເພື່ອດຳເນີນການຕໍ່ລາຍງານ.
ຖ້າສິ່ງນີ້ເກີດຂຶ້ນ, ພວກເຮົາຈະແຈ້ງໃຫ້ທ່ານຮູ້ ແລະ ຂໍຄວາມຍິນຍອມຈາກທ່ານ ກ່ອນເກັບກຳ ຫຼື ແບ່ງປັນຫຼັກຖານເພີ່ມເຕີມ.
3.4 ການຊ່ວຍເຫຼືອດ້ານອາລົມ
ທຸກສິ່ງທີ່ທ່ານແບ່ງປັນກັບທີ່ປຶກສາຂອງພວກເຮົາ, ບໍ່ວ່າຜ່ານການໂທ ຫຼື ບໍລິການຂໍ້ຄວາມ, ຈະຖືກຮັກສາເປັນຄວາມລັບ.
ເພື່ອໃຫ້ທ່ານໄດ້ຮັບການຊ່ວຍເຫຼືອທີ່ດີທີ່ສຸດ, ທີ່ປຶກສາອາດແບ່ງປັນສະເພາະຂໍ້ມູນຂັ້ນຕ່ຳ ທີ່ຈຳເປັນຕາມທີ່ລະບຸໃນພາກ 3.1 ພາຍໃນທີມສາຍດ່ວນ ເພື່ອການປະສານງານພາຍໃນ ຫຼື ການກຳກັບຕິດຕາມ.
ຂໍ້ມູນອາດຖືກແບ່ງປັນອອກນອກທີມໄດ້ສະເພາະໃນສະຖານະການຕໍ່ໄປນີ້:
- ຖ້າມີຄວາມສ່ຽງວ່າທ່ານ ຫຼື ຜູ້ອື່ນຈະໄດ້ຮັບອັນຕະລາຍ ເຊັ່ນ ການເຮັດຮ້າຍຕົນເອງ ຫຼື ການຂົ່ມຂູ່ວ່າຈະໃຊ້ຄວາມຮຸນແຮງ
- ຖ້າຈຳເປັນຕ້ອງປະສານກັບໜ່ວຍງານທີ່ກ່ຽວຂ້ອງ ຫຼື ຜູ້ປົກຄອງ/ບຸກຄົນທີ່ທ່ານໄວ້ວາງໃຈ ແລະ ຍິນຍອມ ເພື່ອຄວາມປອດໄພຂອງທ່ານ
- ເມື່ອທ່ານໃຫ້ຄວາມຍິນຍອມຢ່າງຊັດເຈນ ສຳລັບຈຸດປະສົງການຊ່ວຍເຫຼືອສະເພາະ
3.5 ການຈັດເຮັດເອກະສານ
ພວກເຮົາອາດຊ່ວຍທ່ານ ຕາມຄຳຂໍ ຫຼື ຄວາມຍິນຍອມຂອງທ່ານ ໃນການຈັດເຮັດເອກະສານກ່ຽວກັບກໍລະນີ ເພື່ອຊ່ວຍເກັບຮັກສາຫຼັກຖານ ສຳລັບບັນທຶກຂອງທ່ານເອງ, ການລາຍງານ ຫຼື ຈຸດປະສົງທາງກົດໝາຍທີ່ອາດເກີດຂຶ້ນ.
3.5.1 ການຈັດເຮັດເອກະສານດ້ວຍຕົນເອງ (ແນະນຳສຳລັບກໍລະນີສ່ວນໃຫຍ່)
ພວກເຮົາຈະແນະນຳທ່ານວິທີຈັດເຮັດ ແລະ ຮັກສາຫຼັກຖານດ້ວຍຕົນເອງຢ່າງປອດໄພ. ນີ້ອາດລວມມີ:
- ບັນທຶກລິ້ງ, ວັນເວລາ ແລະ metadata ທີ່ກ່ຽວຂ້ອງ
- ໃຊ້ເຄື່ອງມື web archiving ທີ່ປອດໄພ ເພື່ອເກັບເນື້ອຫາກ່ອນທີ່ຈະຖືກລຶບ
- ເຂົ້າໃຈວ່າຂໍ້ມູນໃດອາດມີປະໂຫຍດສຳລັບການລາຍງານ ຫຼື ຂະບວນການທາງກົດໝາຍ
ທ່ານຍັງຄົງມີສິດຄວບຄຸມຢ່າງເຕັມທີ່ ວ່າຈະເກັບບັນທຶກ ແລະ ແບ່ງປັນຫຍັງ.
3.5.2 ການຊ່ວຍຈັດເຮັດເອກະສານ (ສຳລັບກໍລະນີທີ່ມີຄວາມສຳຄັນສູງ)
ໃນບາງສະຖານະການ ເຊັ່ນ ກໍລະນີຂອງຜູ້ນຳແມ່ຍິງ, ນັກປົກປ້ອງສິດທິມະນຸດ, ນັກຂ່າວ ແລະ ນັກເຄື່ອນໄຫວ, ພວກເຮົາອາດສະເໜີຊ່ວຍບັນທຶກ ແລະ ຈັດເກັບເນື້ອຫາແທນທ່ານ, ໂດຍສະເພາະຖ້າມີຄວາມສ່ຽງວ່າ ຫຼັກຖານອາດຖືກລຶບ ຫຼື ສູນຫາຍຢ່າງໄວວາ.
ຖ້າພວກເຮົາດຳເນີນການນີ້:
- ພວກເຮົາຈະອະທິບາຍຂະບວນການໃຫ້ຊັດເຈນ ແລະ ຂໍຄວາມຍິນຍອມຈາກທ່ານກ່ອນດຳເນີນການ
- ພວກເຮົາຈະເກັບກຳ ແລະ ຈັດເກັບສະເພາະຂໍ້ມູນຂັ້ນຕ່ຳທີ່ຈຳເປັນ ຕາມທີ່ລະບຸໃນພາກ 3.1
- ພວກເຮົາຈະຈັດການເອກະສານທັງໝົດຢ່າງປອດໄພ ແລະ ຕາມຫຼັກການປົກປ້ອງຂໍ້ມູນຂອງພວກເຮົາ
3.5.3 ການສົ່ງຕໍ່ດ້ານກົດໝາຍ ແລະ ບໍລິການອື່ນ
ໃນບາງກໍລະນີ, ພວກເຮົາອາດແນະນຳໃຫ້ທ່ານຕິດຕໍ່ອົງກອນພາຍນອກ ເຊັ່ນ ຜູ້ໃຫ້ຄວາມຊ່ວຍເຫຼືອທາງກົດໝາຍ, ອົງກອນພາກປະຊາສັງຄົມ ຫຼື ບໍລິການສະເພາະທາງ ທີ່ສາມາດໃຫ້ການຊ່ວຍເຫຼືອເພີ່ມເຕີມ. ທ່ານມີສິດເລືອກທີ່ຈະຮັບ ຫຼື ປະຕິເສດການສົ່ງຕໍ່ໄດ້ສະເໝີ.
ຖ້າການສົ່ງຕໍ່ມີຄວາມເໝາະສົມ:
- ພວກເຮົາຈະອະທິບາຍທາງເລືອກຂອງທ່ານໃຫ້ຊັດເຈນກ່ອນການສົ່ງຕໍ່
- ພວກເຮົາຈະແບ່ງປັນຂໍ້ມູນຂອງທ່ານກັບອົງກອນຄູ່ຮ່ວມງານ ສະເພາະເມື່ອທ່ານໃຫ້ຄວາມຍິນຍອມຢ່າງຊັດເຈນ
- ພວກເຮົາຈະແບ່ງປັນສະເພາະຂໍ້ມູນຂັ້ນຕ່ຳທີ່ຈຳເປັນຕໍ່ການຊ່ວຍເຫຼືອ
ເປັນຫຍັງພວກເຮົາຈຶ່ງເກັບກຳຂໍ້ມູນຂອງທ່ານ
ພວກເຮົາເກັບກຳຂໍ້ມູນເພື່ອ:
- ໃຫ້ການຊ່ວຍເຫຼືອດ້ານອາລົມ
- ປະເມີນຄວາມສ່ຽງດ້ານຄວາມປອດໄພ
- ຊ່ວຍລຶບເນື້ອຫາທີ່ເປັນອັນຕະລາຍ
- ເຊື່ອມຕໍ່ທ່ານກັບບໍລິການທີ່ເຊື່ອຖືໄດ້ ເຊັ່ນ ກົດໝາຍ, ເຕັກນິກ ແລະ ຈິດສັງຄົມ
- ປັບປຸງບໍລິການສາຍດ່ວນຂອງພວກເຮົາ
- ຈັດເຮັດສະຖິຕິທີ່ບໍ່ລະບຸຕົວຕົນ ຫຼື ສື່ສານເພື່ອສົ່ງເສີມການປົກປ້ອງທີ່ດີຂຶ້ນ
ພວກເຮົາຈະບໍ່ເຜີຍແຜ່ຂໍ້ມູນສ່ວນຕົວ ທີ່ສາມາດລະບຸຕົວຕົນຂອງທ່ານໄດ້.
ການຮັກສາຄວາມລັບ ແລະ ພື້ນຖານທາງກົດໝາຍສຳລັບການໃຊ້ຂໍ້ມູນ
ຫຼັກການພື້ນຖານຂອງພວກເຮົາແມ່ນ ຂໍ້ມູນຂອງທ່ານຈະຖືກເກັບຮັກສາຢ່າງເຂັ້ມງວດ ພາຍໃນທີມສາຍດ່ວນ OA ເທົ່ານັ້ນ ແລະ ຈະບໍ່ຖືກແບ່ງປັນໂດຍບໍ່ມີເຫດຜົນທີ່ຊັດເຈນ. ຕາມ PDPA ຂອງປະເທດໄທ ແລະ GDPR ຂອງສະຫະພາບເອີຣົບ, ພວກເຮົາປະມວນຜົນຂໍ້ມູນຂອງທ່ານ ໂດຍອີງໃສ່ຄວາມຍິນຍອມຂອງທ່ານ, ຜົນປະໂຫຍດສຳຄັນຕໍ່ຊີວິດຂອງທ່ານ ເຊັ່ນ ການປົກປ້ອງທ່ານຈາກອັນຕະລາຍຮ້າຍແຮງ ຫຼື ການໃຫ້ຄວາມຊ່ວຍເຫຼືອດ້ານສຸຂະພາບຈິດຢ່າງຮີບດ່ວນ, ແລະ ຜົນປະໂຫຍດສາທາລະນະໂດຍລວມ.
ພວກເຮົາຈະເປີດເຜີຍຂໍ້ມູນສະເພາະໃນສະຖານະການທີ່ຈຳກັດຕໍ່ໄປນີ້:
- ເມື່ອທ່ານໃຫ້ການອະນຸຍາດຢ່າງຊັດເຈນ ເພື່ອໃຫ້ພວກເຮົາເຊື່ອມຕໍ່ທ່ານກັບຜູ້ໃຫ້ບໍລິການທີ່ເຊື່ອຖືໄດ້
- ເມື່ອມີອັນຕະລາຍຕໍ່ຊີວິດຢ່າງທັນທີ
- ເມື່ອມີຄຳສັ່ງຂອງສານ ຫຼື ກົດໝາຍກຳນົດໃຫ້ເປີດເຜີຍ
ເມື່ອເປັນໄປໄດ້ ພວກເຮົາຈະພະຍາຍາມປຶກສາຫາລືກັບທ່ານກ່ອນ ຖ້າອາດຈະມີການແບ່ງປັນຂໍ້ມູນ. ຂໍ້ມູນທີ່ບໍ່ສາມາດລະບຸຕົວຕົນໄດ້ ອາດຖືກນຳໃຊ້ເພື່ອການຄົ້ນຄວ້າ ຫຼື ການສ້າງຄວາມຕະໜັກ, ແຕ່ຈະບໍ່ຖືກນຳໃຊ້ໃນຮູບແບບ ທີ່ສາມາດລະບຸຕົວຕົນຂອງທ່ານໄດ້.
ພວກເຮົາປົກປ້ອງຂໍ້ມູນຂອງທ່ານແນວໃດ
ພວກເຮົາໃຊ້ມາດຕະການຄວາມປອດໄພທີ່ເຂັ້ມແຂງ ເພື່ອປົກປ້ອງຂໍ້ມູນຂອງທ່ານ:
- ລະບົບຈັດການກໍລະນີທີ່ເຂົ້າລະຫັດ (Uwazi): Uwazi ແມ່ນຖານຂໍ້ມູນ open-source ທີ່ປອດໄພ ແລະ ປົກປ້ອງຂໍ້ມູນກໍລະນີທີ່ລະອຽດອ່ອນ ດ້ວຍ end-to-end encryption ແລະ ຖືກອອກແບບສຳລັບວຽກງານດ້ານສິດທິມະນຸດ.
- ການຈຳກັດສິດຂອງພະນັກງານ ("least privilege"): ສະເພາະສະມາຊິກທີມ OA Helpline ເທົ່ານັ້ນ ທີ່ຈະສາມາດເຂົ້າເຖິງ Uwazi, ແລະ ສິດການເຂົ້າເຖິງຈະຖືກຈຳກັດ ໃຫ້ຢູ່ໃນລະດັບທີ່ຈຳເປັນຂັ້ນຕ່ຳ, ປົກກະຕິແມ່ນບົດບາດ Collaborator. ສິດຜູ້ບໍລິຫານຈະຖືກຈຳກັດຢ່າງເຂັ້ມງວດ ສຳລັບ Manager ແລະ Digital Security Consultant ເທົ່ານັ້ນ.
- ຜູ້ຕອບຮັບທີ່ໄດ້ຮັບການຝຶກອົບຮົມ, ຢູ່ພາຍໃຕ້ຂໍ້ຕົກລົງການຮັກສາຄວາມລັບ ແລະ ໃຊ້ອຸປະກອນທີ່ເຂົ້າລະຫັດ
- ການຈັດເກັບຂໍ້ມູນ ແລະ ເຊີບເວີທີ່ເຂົ້າລະຫັດ ແລະ ສອດຄ່ອງກັບມາດຕະຖານການປົກປ້ອງຂໍ້ມູນສາກົນ
ພວກເຮົາເກັບຮັກສາຂໍ້ມູນ ບໍ່ເກີນ 2 ປີ, ເວັ້ນແຕ່ຂໍ້ມູນນັ້ນບໍ່ຈຳເປັນ ສຳລັບການໃຫ້ຄວາມຊ່ວຍເຫຼືອ ຫຼື ການປະຕິບັດຕາມພັນທະທາງກົດໝາຍອີກຕໍ່ໄປ.
ສິດຂອງທ່ານ
ພາຍໃຕ້ມາດຕະຖານການປົກປ້ອງຂໍ້ມູນໃນພາກພື້ນ ເຊັ່ນ GDPR ແລະ PDPA, ທ່ານມີສິດເປັນເຈົ້າຂອງ ແລະ ຄວບຄຸມ ຂໍ້ມູນສ່ວນຕົວຂອງທ່ານຢ່າງເຕັມທີ່. ທ່ານສາມາດ:
- ເຂົ້າເບິ່ງຂໍ້ມູນສ່ວນຕົວທີ່ພວກເຮົາເກັບຮັກສາກ່ຽວກັບທ່ານ
- ຂໍໃຫ້ແກ້ໄຂຂໍ້ມູນທີ່ບໍ່ຖືກຕ້ອງ
- ຂໍໃຫ້ລຶບບັນທຶກຂອງທ່ານຢ່າງຖາວອນ
- ຖອນຄວາມຍິນຍອມຂອງທ່ານສຳລັບການປະມວນຜົນຂໍ້ມູນ
- ຍື່ນຄຳຮ້ອງຮຽນກັບພວກເຮົາກ່ຽວກັບກິດຈະກຳການປະມວນຜົນຂໍ້ມູນ
ຄວາມສ່ຽງຂອງການສື່ສານອອນລາຍ
ເຖິງແມ່ນວ່າພວກເຮົາໄດ້ນຳໃຊ້ ການເຂົ້າລະຫັດຂັ້ນສູງ ເພື່ອຮັກສາຄວາມປອດໄພຂອງການສື່ສານທາງຝັ່ງພວກເຮົາ, ແຕ່ເຄື່ອງມືສື່ສານດິຈິຕອນ ອາດຍັງມີຄວາມສ່ຽງບາງຢ່າງ.
ຕົວຢ່າງ:
- ໂທລະສັບ ຫຼື ຄອມພິວເຕີທີ່ໃຊ້ຮ່ວມກັນ ອາດເຮັດໃຫ້ຜູ້ອື່ນເຫັນຂໍ້ຄວາມຂອງທ່ານ
- ແອັບສົ່ງຂໍ້ຄວາມແຕ່ລະແອັບມີນະໂຍບາຍຄວາມເປັນສ່ວນຕົວຂອງຕົນເອງ
- ບັນຊີທີ່ຖືກເຂົ້າເຖິງໂດຍບໍ່ຮັບອະນຸຍາດ ອາດສົ່ງຜົນຕໍ່ການຮັກສາຄວາມລັບ
ພວກເຮົາແນະນຳໃຫ້ໃຊ້ອຸປະກອນສ່ວນຕົວເມື່ອເປັນໄປໄດ້.
ຕິດຕໍ່ສຳລັບຄຳຖາມກ່ຽວກັບຄວາມເປັນສ່ວນຕົວ
ຖ້າທ່ານມີຄຳຖາມກ່ຽວກັບແຈ້ງການນີ້ ຫຼື ມີຄວາມກັງວົນກ່ຽວກັບ ຄວາມເປັນສ່ວນຕົວດິຈິຕອນຂອງທ່ານ, ກະລຸນາຕິດຕໍ່ພວກເຮົາໂດຍກົງ. ທີມງານຂອງພວກເຮົາພ້ອມຊ່ວຍ ເພື່ອໃຫ້ແນ່ໃຈວ່າ ຂໍ້ມູນຂອງທ່ານຍັງຄົງປອດໄພ ແລະ ສຽງຂອງທ່ານຖືກຮັບຟັງ.
ອັບເດດລ່າສຸດ: ພຶດສະພາ 2026